| |
ແຜນທີ່ນີ້ໄດ້ສະແດງໃຫ້ເຫັນອັດຕາສ່ວນທາງເພດຂອງພົນລະເມືອງຜູ້ທີ່ເຮັດວຽກກ່ຽວກັບກິດຈະກຳ ເສດຖະກິດໂດຍໄດ້ກຳ ນົດເອົາໄວ້ຄື ພົນລະເມືອງມີອາຍຸ10 ປີ ຂຶ້ນໄປ ແລະ ໄດ້ເຂົ້າຮ່ວມໃນກິດ ຈະກຳເສດຖະ ກິດໃນໄລຍະ 12 ເດືອນກ່ອນການສຳຫລວດພົນລະເມືອງ. ດັ່ງທີ່ໄດ້ອະທິບາຍໄວ້ ລະອຽດໃນແຜນທີ່ G.1 ພົນລະເມືອງພວກນີ້ບໍ່ໄດ້ລວມເອົານັກຮຽນນັກສຶກສາ, ຄົນທີ່ເຮັດວຽກໃນຄົວ ເຮືອນ, ຫຼື ຄົນເຂົ້າບຳນານ, ຄົນເຈັບໄຂ້ໄດ້ປ່ວຍ ຫຼື ຄົນແກ່ເກີນກວ່າທີ່ຈະເຮັດວຽກໄດ້. ການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໃສປີ 2005 ໄດ້ຊີ້ໃຫ້ເຫັນວ່າກຳລັງແຮງງານທັງໝົດໃນ ສປປ ລາວ ປະກອບ ດ້ວຍ ອັດຕາສ່ວນຂອງເພດຍິງ ແລະ ຊາຍເທົ່າທຽມກັນ. ເຖິງຢ່າງໃດກໍ່ຕາມ, ເມື່ອເບິ່ງແຜນທີ່ G.2 ພວກເຮົາຈະເຫັນໄດ້ແຈ້ງວ່າເກືອບທັງໝົດເຂດພື້ນທີ່ອັນກວ້າງຂວາງຂອງປະເທດເປັນສີຊົມພູຊຶ່ງໃນ ແງ່ມຸມດ້ານກິດຈະກຳເສດຖະກິດແລ້ວມັນຊີ້ບອກເຖິງອັດຕາສ່ວນແມ່ຍິງມີສູງກວ່າຜູ້ຊາຍ. ໃນຄວາມ ເປັນຈິງແລ້ວ, ໃນສອງສ່ວນສາມຂອງບ້ານໃນ ສປປ ລາວ ຈະເຫັນໄດ້ວ່າແມ່ຍິງປະກອບເປັນກຳລັງ ແຮງງານຫລັກແຫລ່ງ. ຖ້າພວກເຮົາຫາກເອົາແຜນທີ່ນີ້ໄປສົມທຽບກັບອັດ ຕາສ່ວນທາງເພດໂດຍລວມ ຂອງ ສປປ ລາວ ມັນກໍ່ເປັນສີ່ງທີ່ໜ້າສົນໃຈ (ແຜນທີ່ B.6). ການສົມທຽບອັນນີ້ສະແດງໃຫ້ເຫັນໄດ້ວ່າ ຢູ່ໃນຫຼາຍບ້ານທີ່ມີອັດຕາສ່ວນທາງເພດສົມດູນກັນແມ່ຍິງຈະມີຈຳນວນຄົນຜູ້ທີ່ເຮັດວຽກກ່ຽວກັບກິດຈະກຳເສດ ຖະກິດຫຼາຍກວ່າຜູ້ຊາຍ. ຄວາມບໍ່ສົມດູນອັນນີ້ ຍິ່ງມີຄວາມສຳຄັນຫຼາຍຖ້າພິຈາລະນາໄປເຖິງ ວຽກເຮືອນຊານ ຊຶ່ງເປັນວຽກທີ່ບໍ່ໄດ້ນັບເຂົ້າໃນກິດຈະ ກຳເສດຖະກິດຊຶ່ງວຽກງານເລົ່ານີ້ລ້ວນແຕ່ແມ່ນ ແມ່ຍິງເປັນຜູ້ເຮັດຍ້ອນແນວນັ້ນພາລະແບກຫາບຂອງແມ່ຍິງກໍ່ຍິ່ງມີເພີ້ມຂື້ນຫຼາຍ.
ເພາະສະນັ້ນ, ພວກເຮົາຕ້ອງຕັ້ງຄຳຖາມວ່າເປັນຫຍັງອັດຕາສ່ວນທາງເພດໂດຍລວມຂອງພົນ ລະເມືອງຜູ້ທີ່ເຮັດວຽກກ່ຽວກັບກິດຈະກຳເສດຖະກິດໂດຍສະເລັ່ຍແລ້ວຈຶ່ງມີແຕ່ 50%. ເຂດພື້ນ ທີ່ຂຽວເຂັ້ມບາງແຫ່ງຊີ້ບອກໃຫ້ເຫັນວ່າຍັງມີຄວາມສົມດຸນທາງດ້ານສະຖິຕິໂດຍລວມຢູ່ ຍ້ອນວ່າໃນ ໜຶ່ງສ່ວນສາມຂອງບ້ານທັງໝົດຜູ້ຊາຍມີກຳລັງແຮງງານຫຼາຍກວ່າແມ່ຍິງ. ບ້ານເຫຼົ່ານີ້ແມ່ນບ້ານທີ່ມີ ພົນລະເມືອງໜາແໜ້ນຫຼາຍໃນເຂດຕົວເມືອງ ຊຶ່ງເປັນບ້ານທີ່ມີອັດຕາສ່ວນທາງເພດສູງພໍສົມຄວນ ຫຼື ບ້ານນ້ອຍ ກວ່າໃນເຂດຊົນນະບົດ ຊຶ່ງເປັນບ້ານທີ່ຜູ້ຊາຍມີໂອກາດຫຼາຍກວ່າໃນການເຮັດວຽກ. ໂອກາດດັ່ງກ່າວ ນີ້ອາດຈະແມ່ນເຮັດວຽກໃຫ້ລັດຖະ ບານ (ເຊັ່ນ ໃນເຂດພິເສດໄຊສົມບູນ) ນອກນັ້ນກໍ່ຍັງມີວຽກ ງານຂຸດຄົ້ນບໍ່ແຮ່ ຫຼື ເຂດກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ (ນ້ຳເທີນ 2).
ໂດຍສັງລວມແລ້ວ ພວກເຮົາເຫັນວ່າແຜນທີ່ນີ້ມີຄວາມໜ້າສົນໃຈເພາະວ່າມັນໄດ້ສະແດງໃຫ້ເຫັນ ຫຼາຍໆ ບ້ານໃນທົ່ວປະເທດມີກຳລັງແຮງງານແມ່ຍິງຫຼ າຍກວ່າຜູ້ຊາຍ. ອັນນີ້ເປັນພຽງແຕ່ການສັງເກດ ຈາກຂໍ້ມູນຕົວເລກສະເລ່ຍຂອງເມືອງທີ່ອະທິບາຍໄວ້ໃນຕາຕະລາງເທົ່ານັ້ນແຕ່ແນ່ນອນວ່າຍັງມີຫຼາຍ ບັນຫາເຊື່ອງຊ້ອນຢູ່ເຊິ່ງເຮົາບໍ່ທັນສາມາດເຫັນໄດ້.
ບົດລາຍງານກ່ຽວກັບການສຳຫລວດພົນລະເມືອງໄດ້ໃຫ້ຂໍ້ມູນເພີ້ມເຕີມກ່ຽວກັບບັນຫາບົດບາດ ຍິງຊາຍ ແລະ ອັດຕາສ່ວນ ທາງເພດຂອງກິດຈະກຳເສດຖະກິດຕ່າງໆ (ເບິ່ງດ້ານລຸ່ມ). ຕາຕະລາງໄດ້ສະແດງ ໃຫ້ເຫັນແຈ້ງວ່າຜູ້ ຊາຍເຂົ້າຮ່ວມໃນກິດຈະກຳທີ່ຕ້ອງການສີມືແຮງງານຫຼາຍກວ່າແມ່ຍິງ ແລະ ແມ່ຍິງ ສ່ວນໃຫຍ່ແມ່ນເຂົ້າຮ່ວມໃນວຽກງານຄອບຄົວທີ່ບໍ່ໄດ້ຮັບຄ່າຈ້າງຫຼາຍກວ່າ. ອັດຕາສ່ວນນີ້ຍິ່ງມີສູງກ່ວາ ໃນກຸ່ມແມ່ຍິງທີ່ມີລະດັບການສຶກສາຕ່ຳ.
ສຸດທ້າຍນີ້, ພວກເຮົາຕ້ອງການຢາກສະແດງອອກດ້ວຍຄຳເວົ້າທີ່ວ່າຈົ່ງລະມັດລະວັງໃນຄວາມຈຳກັດ ຂອງຂໍ້ມູນປະເພດນີ້: ຖ້າວ່າທ່ານເປັນແມ່ຍິງຫາກມີຮ້ານນ້ອຍໆ, ຈົ່ງເອົາໃຈໃສ່ດູ ແລ ລູກຂອງທ່ານ, ຈົ່ງເບິ່ງແຍງສະມາຊິກຜູ້ອື່ນໆ ໃນຄອບຄົວທີ່ໄດ້ຮັບບາດເຈັບຈາກອຸບັດຕິເຫດລະເບີດ ບໍ່ທັນແຕກ, ແລະ ຈົ່ງເອົາໃຈໃສ່ເຮັດວຽກຕາມລະດູການໃນທົ່ງໄຮ່ທົ່ງນາເມື່ອມີຜູ້ຖາມວ່າວຽກຫລັກສຳຄັນຂອງທ່ານ ທີ່ໄດ້ເຮັດໃນໄລຍະ 12 ເດືອນຜ່ານມາແມ່ນຫຍັງ, ທ່ານຈະຕອບວ່າແນວໃດ? ຖ້າວ່າທ່ານເປັນຜູ້ຊາຍ ຫາກຖືກຖາມດ້ວຍຄຳຖາມດຽວກັນນີ້, ຄຳຕອບຂອງທ່ານຈະມີອັນຕ່າງກັນບໍ່? ເພື່ອໃຫ້ໄດ້ຂໍ້ມູນ ຈີງທີ່ຊັດເຈນກ່ຽວກັບກິດຈະກຳທີ່ມີພ້ອມກັນໃນເວລາດຽວກັນ ແລະ ຄວາມແຕກຕ່າງຂອງເພດຍິງ-ຊາຍ ໃນການແບກຫາບວຽກງານ ແລະ ການສ້າງລາຍຮັບ, ເວລາໃຊ້ໃນການສຳຫລວດຖືວ່າເປັນສີ່ງຈຳເປັນ ທີ່ຂາດບໍ່ໄດ້.
|
|
ຍິງ (%) |
ຊາຍ (%) |
|
168,388 |
31 |
69 |
ຜູ້ອອກແຮງງານໃຫ້ລັດຫຸ້ນສ່ວນເອກະຊົນ
|
11,446 |
33 |
67 |
ຜູ້ອອກແຮງງານໃຫ້ເອກະຊົນ
|
|
|
|
ຜູ້ອອກແຮງງານໃຫ້ລັດວິສາຫະກິດ
|
|
|
|
|
|
|
|
|
|
|
|
ເຮັດວຽກໃຫ້ຄອບຄົວບໍ່ໄດ້ຮັບຄ່າຈ້າງ |
1,260,671 |
71 |
29 |
ລວມ |
2,738,893 |
50 |
50 |
ຕາຕະລາງ 8: ຈຳນວນຜູ້ມີວຽກເຮັດງານທຳ ແລະ ອັດຕາສ່ວນທາງເພດ.
ແຫລ່ງຂໍ້ມູນ: ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ, 2005.
. |
|
|

ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF
|