| |
E.4 | |||
ປະເພດຕົ້ນຕໍຂອງຄວາມພິການ |
||||
| ແຜນທີ່ນີ້ໄດ້ສະແດງໃຫ້ເຫັນການແຈກຢາຍຂອງຈຳນວນທັງໝົດຂອງຄົນພິການຕາມປະເພດຂອງ ຄວາມພິການ ເຊິ່ງມີຫ້າປະເພດຄື: ສູນເສຍການເບິ່ງເຫັນ (ສະແດງໃນສີເຫຼືອງ), ປາກກືກ ຫຼື ຫູໜວກ (ສະແດງໃນສີຂຽວ), ແຂນກຸດ ຫຼື ຂາກຸດ (ສະແດງໃນສີມ້ວງ), ພິການຫຼາຍກວ່າຢ່າງດຽວ (ສະແດງໃນ ສີຟ້າ), ແລະ ຄວາມພິການໃນປະເພດອື່ນໆ (ສະແດງໃນສີບົວ). ແຕ່ລະຈຸດເປັນເຄື່ອງໝາຍສະແດງ ຫ້າຄົນເປັນພິການໃນປະເພດຂອງຄວາມພິການໄດ້ລາຍງານເປັນສະເພາະບ້ານ.
ຮູບແບບຂ້າງລຸ່ມ ນີ້ໄດ້ສະແດງເປັນສ່ວນຮ້ອຍຂອງປະເພດ ຄວາມພິການໃນລະດັບປະເທດ. ຄວາມພິການທົ່ວໄປສ່ວນໃຫຍ່ແມ່ນແຂນກຸດ ຫຼື ຂາກຸດ. ເຖິງຢ່າງໃດກໍ່ຕາມຖ້າມີການລວມປະເພດຂອງ ຄວາມພິການທາງປະສາດຢ່າງດຽວທີ່ລວມເອົາທັງສູນເສຍການມອງເຫັນ ແລະ ສູນເສຍການໄດ້ຍີນສຽງ ດັ່ງມັນຈະເປັນປະເພດຄວາມພິການທີ່ມີຄົນເປັນຫຼາຍ. ຍ້ອນວ່າຄວາມພິການທາງປະສາດມີຜົນກະທົບ ຕໍ່ຄົນກຸ່ມໃຫຍ່ທີ່ຕ້ອງການຄວາມເອົາໃຈໃສ່ພິເສດຄືກັນກັບການມີຄວາມພິການທາງດ້ານຮ່າງກາຍ. ບັນຫາສຸຂະພາບທາງດ້ານຈິດໃຈບໍ່ໄດ້ສະແດງຢ່າງຈະແຈ້ງໃນການສຳຫລວດ. ![]() ຮູບສະແດງທີ 2: ການມີຢູ່ທົ່ວໄປຂອງປະເພດຄວາມພິການທີ່ແຕກຕ່າງກັນ ການເກີດມີຄວາມພິການທັງໝົດ ແມ່ນອີງໃສ່ຮູບແບບທີ່ໄດ້ສະແດງໃຫ້ເຫັນໃນແຜນທີ່ E.3 ແລະ ຄວາມ ກ່ຽວພັນກັນທັງສອງພື້ນທີ່ທີ່ຖືກຜົນກະທົບຈາກລະເບີດທີ່ບໍ່ທັນແຕກ (UXO) ແລະ ຄວາມໜາແໜ້ນ ຂອງພົນລະເມືອງຢູ່ພື້ນທີ່ເຫຼົ່ານັ້ນ. ເຖິງຢ່າງໃດກໍ່ຕາມ, ມັນຍາກທີ່ຈະຈຳແນກຮູບແບບຂະໜາດ ໄລຍະຫວ່າງຂອງປະເພດຕ່າງໆ ຂອງຄວາມພິການ.
|
||||