| |
D.4 | |||
ພົນລະເມືອງ ແລະ ອັດຕາສ່ວນທາງເພດຂອງຜູ້ທີ່ຮຽນຈົບຈາກໂຮງຮຽນ |
||||
| ເພີ່ນໄດ້ຖາມບຸກຄົນຜູ້ທີ່ກຳລັງຮຽນໜັງສືຢູ່ ຫຼື ຜູ້ທີ່ອອກໂຮງຮຽນໄປແລ້ວເພື່ອຊອກຮູ້ລະດັບການສຶກສາ ຂອງພວກເຂົາເຊັ່ນວ່າ ຂັ້ນຮຽນສູງສຸດໃນລະບົບການສຶກສາ ທີ່ເຂົາເຈົ້າໄດ້ຮຽນຈົບ. ຜູ້ຕອບຄຳຖາມເປັນ ຜູ້ບອກໃຫ້ຮູ້ວ່າພວກເຂົາໄດ້ຮຽນຈົບຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ຫຼື ຕອນປາຍ. ເພີ່ນໄດ້ຈັດກຸ່ມຄົນທີ່ຕອບຄຳຖາມວ່າ “ບໍ່ເຄີຍເຂົ້າໂຮງຮຽນ” ເປັນປະເພດ “ບໍ່ຈົບລະດັບການສຶກສາ ໃດເລີຍ”.
ອີງຕາມສະຖິຕິທາງການແລ້ວ, 15.5% ຂອງພົນລະເມືອງທີ່ມີອາຍຸ 6 ຂື້ນໄປໄດ້ຮຽນຈົບຊັ້ນປະຖົມ ສຶກສາ (ໃນນັ້ນ, ມີແມ່ຍິງ: 14.6%; ຜູ້ຊາຍ:16.3%), 6.1% (ໃນນັ້ນມີແມ່ຍິງ 5.4% ແລະ ຜູ້ຊາຍ 6.9%) ຮຽນຈົບຊັ້ນມັດທະຍົມສຶກສາຕອນຕົ້ນ, ແລະ 5.1% (ໃນນັ້ນແມ່ຍິງມີ 4.1% ແລະ ຜູ້ຊາຍມີ 6.2%) ຮຽນຈົນຊັ້ນມັດທະຍົມສຶກສາຕອນປາຍ. ຕົວເລກສະຖິຕິເຫຼົ່ານີ້ແມ່ນໄດ້ສະແດງໃຫ້ເຫັນຢູ່ໃນແຜນທີ່ສີ່ສະບັບ. ແຜນທີ່ສອງສະບັບຢູ່ຂ້າງເທິງນັ້ນ ສະແດງບອກອັດຕາສ່ວນພົນລະເມືອງບ້ານທີ່ຮຽນຈົບຊັ້ນປະຖົມສຶກສາ (ຢູ່ດ້ານຊ້າຍ) ແລະ ພົນ ລະເມືອງບ້ານທີ່ຮຽນຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ຢູ່ດ້ານຂວາ). ສ່ວນອີກແຜນທີ່ສອງສະບັບ ຢູ່ດ້ານລຸ່ມສະແດງບອກອັດຕາສ່ວນເພດຊາຍຕໍ່ເພດຍິງ 100 ຄົນ. ເມື່ອພາດສາຍຕາເບິ່ງໃນເບື້ອງຕົ້ນ, ຜູ້ອ່ານສັງເກດເຫັນອັດຕາສ່ວນຂອງພົນລະເມືອງທີ່ຮຽນຈົບຊັ້ນ ປະຖົມສຶກສາຫລຸດລົງແບບຜິດປົກກະຕິ ຖ້າທຽບໃສ່ອັດຕາສ່ວນພົນລະເມືອງຮຽນຈົບຊັ້ນມັດທະຍົມ ສຶກສາຕອນຕົ້ນ. ສີຂຽວກວມເອົາພື້ນທີ່ສ່ວນໃຫຍ່ໃນແຜນທີ່ພົນລະເມືອງທີ່ຮຽນຈົບ ປະຖົມສຶກສາ. ພື້ນທີ່ສ່ວນຫຼາຍຂອງປະເທດສະແດງອັດຕາສ່ວນພົນລະເມືອງທີ່ຮຽນຈົບລະດັບປະຖົມສຶກສາຢູ່ໃນລະ ຫວ່າງ 15 ຫາ 45%. ບ່ອນທີ່ບໍ່ມີສີຂຽວຢູ່ກ້ຳຂວາມືຂອງແຜນທີ່ສະແດງໃຫ້ເຫັນວ່າມີບ້ານຈຳນວນ ໜອ້ຍ - ໃນນັ້ນລວມທັງບ້ານທີ່ຢູ່ໃນເຂດຕົວເມືອງ - ມີພົນລະເມືອງທີ່ຮຽນຈົບຊັ້ນປະຖົມສຶກສາຫຼາຍ ກວ່າໜຶ່ງສ່ວນສີ່ຂອງພົນລະເມືອງທັງໝົດ. ໂດຍທົ່ວໄປແລ້ວ ຈະເຫັນວ່າຮູບແບບການແຈກຢາຍແມ່ນ ຄ້າຍຄືກັນກັບຮູບແບບທີ່ໄດ້ສະແດງໄວ້ໃນແຜນທີ່ສະແດງພົນລະເມືອງທີ່ຮູ້ໜັງສືແຜນທີ່ D.1. ອັດຕາ ສ່ວນສູງນີ້ສາສາມາດພົບເຫັນໄດ້ໃນເຂດໃຈກາງຂອງຕົວເມືອງ ແລະ ໃນເຂດທົ່ງພຽງເລາະລຽບຕາມ ແຄມແມ່ນ້ຳຂອງ ແລະ ໃນເຂດທີ່ມີເສັ້ນທາງຄົມມະນາຄົມຂົນສົ່ງໄປຮອດໄປເຖິງ. ສ່ວນເຂດ ພື້ນທີ່ ຊົນນະບົດເຂດ ເນີນສູງຫ່າງໄກສອກ ຫລີກແມ່ນມີອັດຕາສ່ວນພົນລະເມືອງທີ່ຮຽນຈົບຊັ້ນປະຖົມສຶກສາ ຕ່ຳກວ່າ. ຍິ່ງໄປກວ່ານັ້ນ, ບາງເມືອງ ຍັງສະແດງໃຫ້ເຫັນອັດ ຕາສ່ວນພົນລະເມືອງທີ່ຮຽນຈົບຊັ້ນ ປະຖົມສຶກສາສູງຫຼາຍກວ່າເມືອງໃກ້ຄຽງເຊັ່ນໃນແຂວງໄຊຍະບູລີ, ພາກຕາເວັນຕົກຂອງແຂວງ ສາລະວັນ, ແຂວງເຊກອງ ແລະ ໃນເຂດພາກເໜືອຂອງແຂວງ ຫລວງພະບາງ. ດັ່ງນັ້ນ, ມັນສະແດງ ໃຫ້ເຫັນວ່າອຳນາດການປົກຄອງເມືອງມີອິດທິພົນຕໍ່ກັບຄຸນນະພາບຂອງການສຶກສາ. ເມື່ອເຮົາເບິ່ງອັດຕາສ່ວນທາງເພດຂອງພົນລະເມືອງທີ່ຮຽນຈົບປະຖົມສຶກສາ, ຈະສະດຸ້ງໂລດວ່າອັດ ຕາສ່ວນພົນລະເມືອງຮຽນຈົບການສຶກສາລະດັບປະຖົມສູງສ່ວນໃຫຍ່ແລ້ວແມ່ນມີຄວາມກ່ຽວພັນກັບ ຈຳນວນເດັກນ້ອຍຍິງຫຼາຍຄົນ. ສີ່ງເລົ່ານີ້ມັນຈະບໍ່ພົບເຫັນໄດ້ງ່າຍໃນກໍລະນີອັດຕາສ່ວນທາງເພດຂອງ ພົນລະເມືອງທີ່ຮຽນຈົບລະດັບມັດທະຍົມສຶກສາຕອນຕົ້ນ. ອັດຕາສ່ວນດັ່ງກ່າວນີ້ແມ່ນສະແດງໃຫ້ເຫັນຈຳນວນຜູ້ຊາຍຈະມີສູງກ່ວາແມ່ຍິງ ແມ້ກະທັ້ງຢູ່ໃນເຂດທີ່ມີອັດຕາການຮຽນຈົບຂັ້ນມັດທະຍົມຕອນຕົ້ນ ຈະສູງກວ່າອັດຕາສະເລັ່ຍປົກກະຕິ. ຂໍ້ຄິດເຫັນດັ່ງກ່າວນີ້ແມ່ນມີສາຍກ່ຽວພັນສະໜິດແໜ້ນກັບຂໍ້ມູນ ອັດຕາສ່ວນທາງເພດ ຂອງ ພົນລະເມືອງທີ່ສາມາດເຮັດວຽກເສດຖະກິດໄດ້ (ແຜນທີ່ G.1 ແລະ G.2). ອັດຕາສ່ວນຂອງເດັກນ້ອຍຍິງ ແລະ ແມ່ຍິງທີ່ເຮັດວຽກເສດຖະກິດ ແລະ ມີວຽກເຮັດງານທຳແມ່ນມີສູງ ກວ່າອັດຕາສ່ວນຂອງເດັກຍິງ ແລະ ແມ່ຍິງທີ່ບໍ່ໄດ້ຮັບການສຶກສາ. ໃນທາງກົງກັນຂ້າມກັນ ແລ້ວ, ເດັກຍິງ ແລະ ແມ່ຍິງ ຜູ້ທີ່ຮຽນຈົບລະດັບການສຶກສາສູງແມ່ນປະກອນສ່ວນໃນກິດຈະກຳເສດຖະກິດ ໜ້ອຍຫຼາຍ. ເວົ້າອີກແນວໜຶ່ງກໍ່ແມ່ນວ່າຈຳນວນເດັກຍິງຫຼາຍກວ່າເດັກຊາຍຈຳເປັນຕ້ອງໄປເຮັດ ວຽກງານແຕ່ຫົວທີຈື່ງເປັນເຫດທີ່ພາໃຫ້ເຂົາບໍ່ສາມາດສືບຕໍ່ໃນການສຶກສາຮ່ຳຮຽນຂອງ ພວກເຂົາ. ສະຫລຸບໄດ້ວ່າ ອັດຕາການຮຽນຈົບຊັ້ນປະຖົມສຶກສາແມ່ນຍັງມີຕ່ຳ ແລະ ອັດຕາການຮຽນຈົບມັດທະຍົມ ສຶກສາກໍ່ຍັງຄົງມີຕ່ຳກ່ວາເມື່ອສົມທຽບໃສ່ອັດຕາການຮູ້ໜັງສື ແລະ ເດັກຍິງຫຼາຍຄົນ ກໍ່ຂາດໂອກາດທີ່ຈະ ໄດ້ຮັບການສຶກສາ. ເພາະສະນັ້ນ, ແຜນທີ່ສະບັບນີ້ຈຶ່ື່ງວາດໃຫ້ເຫັນຂໍ້ຈຳກັດຫຼາຍຢ່າງທີ່ມີຕໍ່ການ ພັດທະນາທີ່ອາໃສກຳລັງສີມືແຮງງານໃນອະນາຄົດ.
|
||||