| |
SECTION C | |||
| ການເຄື່ອນຍ້າຍຂອງພົນລະເມືອງ | ||||
| ຄວາມຫລາກຫຼາຍທາງດ້ານວັດທະນະທຳທີ່ພິເສດ ແລະ ຊົນເຜົ່າທີ່ອາໃສຢູ່ໃນ ສປປ ລາວ ແມ່ນມີ ຂະໜາດກວ້າງຂວາງອັນມີຜົນມາຈາກປະຫວັດສາດທີ່ຍາວນານໃນການຍົກຍ້າຍຖິ່ນຖານເຂົ້າມາ ແລະ ຕະຫຼອດອານາເຂດປະເທດໃນປັດຈຸບັນ. ຄວາມສີວິໄລໃນອະດີດບໍ່ໄດ້ສົ່ງຜົນຜັກດັນຕໍ່ຄົນ ແລະ ວັດທະນະທຳເທົ່ານັ້ນແຕ່ມັນຍັງໄດ້ກໍ່ໃຫ້ເກີດຄວາມແຕກຕ່າງທາງດ້ານເສດຖະກິດ ແລະ ສັງຄົມທີ່ມີ ອິດທິພົນກະຕຸ້ນຕໍ່ການສື່ສານ ການແລກປ່ຽນ, ການຄ້າ ແລະ ການຍົກຍ້າຍ.
ໃນອາຊີຕາເວັນອອກສຽງໃຕ້, ໂດຍສະເພາະແມ່ນໃນ ສປປ ລາວ, ການອົບພະຍົບໃນຊ່ວງເວລາ 50 ປີຜ່ານມານີ້ແມ່ນມີສາເຫດມາຈາກການຕໍ່ສູ້ກັນໂດຍຄົນພາຍໃນເມືອງນັ້ນເອງ, ສ່ວນໜຶ່ງແມ່ນເນື່ອງມາ ຈາກການບໍ່ເທົ່າທຽມກັນທາງດ້ານເສດຖະກິດໃນທ້ອງຖິ່ນນັ້ນໆ, ຍ້ອນຂາດວຽກເຮັດງານທຳ, ຍ້ອນ ຂາດເຂີນສິ່ງອຳນວາຍຄວາມສະດວກ,ຈຶ່ງຫັນມາຊອກຫາແຫຼ່ງຊັບພະຍາກອນ ທຳມະຊາດ, ຍ້າຍຖິ່ນ ເພື່ອການສຶກສາ ຫຼື ຍ້າຍຖິ່ນຍ້ອນຄວາມສະດວກສະບາຍທາງດ້ານພື້ນຖານໂຄງລ່າງ. ນັບຕັ້ງແຕ່ມີການ ປະຕິຮູບເສດຖະກິດຄືນໃໝ່ໃນທ້າຍທົດສະວັດທີ 80 ແລະ ມີການສົ່ງເສີມໃຫ້ມີການລົງທືນຈາກຕ່າງ ປະເທດຫຼາຍຂຶ້ນ, ຕົວເມືອງ ແລະ ລະບົບຕາໜ່າງການຄົມມະນາຄົມສື່ສານຫຼັກກໍ່ມີການຂະຫຍາຍ ຕົວອອກກວ້າງ ເພື່ອເປັນການເປີດໂອກາດໃໝ່ໃຫ້ແກ່ການທຳມາຫາກິນ ແລະ ການດຳເນີນກິດຈະການ ຕ່າງໆ ທາງດ້ານເສດຖະກິດ. ປະຊາຊົນກຳລັງສວຍໃຊ້ໂອກາດໃໝ່ໆເຫຼົ່ານີ້ ແລະ ການຍົກຍ້າຍຖິ່ນກໍ່ຍິ່ງມີບົດບາດສຳຄັນຍິ່ງຂື້ນ ເລື້ອຍໆ. ປັດຈຸບັນນີ້, ພວກເຮົາບໍ່ພຽງແຕ່ຈະເຫັນການຍົກຍ້າຍຖິ່ນຈາກຊົນນະບົດເຂົ້າມາໃນຕົວເມືອງ ເທົ່ານັ້ນ, ເຫດຜົນສ່ວນໃຫຍ່ທີ່ເຮັດໃຫ້ພວກເຂົາຍົກຍ້າຍເຂົ້າມາແມ່ນເພື່ອໂອກາດທາງດ້ານອາຊີບການ ງານໃໝ່, ການສຶກສາທີ່ດີຂື້ນ ແລະ ການບໍລິການທາງດ້ານສາທາລະນະສຸກ. ແຕ່ນອກນັ້ນກໍ່ຍັງມີການ ອົບພະຍົບແຮງງານຈາກຊົນນະບົດໜຶ່ງໄປຫາອີກບອ່ນໜຶ່ງແມ່ນພົວພັນເຖິງ ການສ້າງຖະໜົນ ຫົນທາງ, ການພັດທະນາເຂື່ອນໄຟຟ້ານ້ຳຕົກ, ທຸລະກິດທາງດ້ານກະສິກຳ, ການຂຸດຄົ້ນບໍ່ແຮ່ ແລະ ອື່ນໆ. ໃນທີ່ສຸດ, ການອົບພະຍົບພາຍນອກ ປະເທດເພື່ອນບ້ານກໍ່ຍິ່ງເພີ້ມຄວາມສຳ ຄັນຂື້ນອີກ ເພາະກ້ອນເງິນ ທີ່ຈະສົ່ງກັບມາຍັງປະເທດຂອງຕົນນັ້ນ ເປັນບັນຫາທີ່ເຮັດເຂົາເຈົ້າຕັດສິນໃຈຍ້າຍຖິ່ນ. ໃນປີ 2005 ມີການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສແຫ່ງຊາດ ຊຶ່ງໄດ້ຮວບຮວມເອົາຂໍ້ມູນ ສະຖິຕິເປັນຄັ້ງທຳອິດໃນການອົບພະຍົບຂອງພົນລະເມືອງ. ຄຳຖາມໄດ້ຖາມກ່ຽວກັບໄລຍະຕ່າງໆ ເຊັ່ນ: ຊ່ວງໄລຍະເວລາທີ່ດຳລົງຊີວິດ, ຊ່ວງໄລຍະເວລາທີ່ສຳຫລວດປະຊາກອນຄັ້ງຫຼ້າສຸດ ແລະ ການ ອົບພະຍົບພາຍໃນຊ່ວງເວລາ 12 ເດືອນກ່ອນມີການສຳຫຼວດພົນລະເມືອງ ແລະ ຖາມກ່ຽວກັບລະດັບທີ່ ແຕກຕ່າງກັນເຊັ່ນ: ການອົບພະຍົບພາຍນອກ, ການອົບພະຍົບຂັ້ນເມືອງ ແລະ ຂັ້ນບ້ານ. ແຜນທີ່ຕ່າງໆ ຕໍ່ໄປນີ້ຈະນຳສະເໜີ ແລະ ແບ່ງແຍກການອົບພະຍົບຍ້າຍຖິ່ນຖານຕ່າງໆ ພາຍໃນ ສປປ ລາວ, ຈຸດເລີ່ມຕົ້ນຈາກບ້ານເກີດເມືອງນອນຂອງພວກເຂົາ ແລະ ປາຍທາງທີ່ພວກເຂົາຈະອົບພະຍົບໄປ ເພື່ອຫາສະຖານທີ່ເໝາະສົມໃນການຜະລິດກະສິກຳ, ເພື່ອໂອກາດທາງດ້ານການສຶກສາ, ເພື່ອເຮັດວຽກ ຫຼື ເພື່ອການບໍລິການອື່ນໆທາງດ້ານສັງຄົມ. ນະໂຍບາຍອັນໃໝ່ທາງງດ້ານເສດຖະ ກິດແຫ່ງຊາດ, ໂອກາດທາງດ້ານຕະຫຼາດທ້ອງຖິ່ນ ແລະ ການລົງທຶນໂຄງລ່າງພື້ນຖານ ໄດ້ສ້າງແຮງດືງດູດໃຈໃຫ້ແກ່ ຂົງເຂດ ນັ້ນໆ, ໃນຂະນະທີ່ຄວາມຫລ້າຫລັງທາງດ້ານເສດຖະກິດ ສັງຄົມຂອງບາງຂົງເຂດໄດ້ເລັ່ງກະຕຸ້ນ ໃຫ້ຄົນ ໃນເຂດນັ້ນໆ ອົບພະຍົບ. ປະມານ 5% ຂອງພົນລະເມືອງ ລາວທີ່ຍັງຢູ່ໃນການຍົກຍ້າຍໄປມາ. ການ ແບ່ງແຍກແຜນທີ່ຕໍ່ໄປນີ້ຈະຊີ້ໃຫ້ພວກເຮົາເຫັນທ່າອ່ຽງຕ່າງໆ ແລະ ຈຳນວນພົນທີ່ຍັງອົບພະຍົບ ໄປມາ ພາຍໃນປະເທດ. ທ່ານຜູ້ອ່ານຄົນໃດກໍ່ຕາມທີ່ສົນໃຈເລື່ອງການຍົກຍ້າຍຕ້ອງຢ່າລືມວ່າພາກສ່ວນອື່ນໆ ເອງກໍ່ມີຄວາມ ສຳຄັນຕໍ່ການຊີ້ບອກກ່ຽວກັບຮູບແບບຂອງການຍົກຍ້າຍເຊັ່ນກັນ. ຕົວຢ່າງແຜນທີ່ທີ່ລະອຽດຂອງການ ແຈກຢາຍປະເພດຊົນເຜົ່າຕາມໝວດພາສາ (ແຜນທີ່ F.3) ສະແດງໃຫ້ເຫັນຮູບແບບຂອງການ ອົບພະຍົບທີ່ພົ້ນເດັ່ນຂອງເຜົ່າຊົນລາວ ແລະ ໄທ ຕາມເສັ້ນສູນກາງໃຫຍ່ຂອງ ການຄົມມະນາຄົມປະກົດ ວ່າສ່ວນໃຫຍ່ຈະແມ່ນເມືອງທີ່ຢູ່ເຂດຫ່າງໄກສອກຫລີກຫຼາຍກວ່າ. ກົງກັນຂ້າມ, ແຜນທີ່ດຽວກັນນັ້ນ ສະແດງໃຫ້ເຫັນ ວ່າຄົນທີ່ອົບພະຍົບສ່ວນໃຫຍ່ແມ່ນມຸ້ງໜ້າເຂົ້າໄປນະຄອນຫຼວງວຽງຈັນ ແລະ ຍັງແມ່ນ ກຸ່ມຊົນເຜົ່າໃຫຍ່ຫຼາຍກວ່າຊົນສ່ວນ ນ້ອຍ. ສິ່ງເຫຼົ່ານີ້ແມ່ນໄດ້ໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບການປຽນແປງ ຂອງປະຊາກອນທີ່ຢູ່ໃນຊົນນະບົດ ແລະ ຕົວເມືອງໃນປະເທດລາວໃນປະຈຸບັນນີ້. ສຸດທ້າຍນີ້, ການປຽບທຽບອັດຕາສ່ວນເພດໃນຊ່ວງທີ່ເດັກນ້ອຍເກີດ (ແຜນທີ່ B.7) ແລະ ພົນລະເມືອງທັງໝົດ (ແຜນທີ່ B.6) ສະແດງໃຫ້ເຫັນຮູບແບບຂອງການຍົກຍ້າຍໂດຍການແບ່ງແຍກເພດໃນທົ່ວປະເທດ.
|
||||