| |
C.1 | |||
| ການຍົກຍ້າຍພາຍໃນ | ||||
| ເພື່ອເປັນການຮວບຮວມເອົາຂໍ້ມູນຂອງການຍົກຍ້າຍພາຍໃນແມ່ນເປັນສວ່ນໜຶ່ງຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສແຫ່ງຊາດໃນປີ 2005, ໄດ້ຕັ້ງຄຳຖາມ 2 ປະເພດທີ່ຕ່າງກັນເຊິ່ງຄຳຖາມທຳອິດ ແມ່ນຖາມປະຊາຊົນວ່າບ້ານເກີດ ເມືອງນອນເດີມຂອງພວກເຂົາແມ່ນຢູ່ເຂດໃດ ແລະ ພວກເຂົາໄດ້ ອາໄສຢູ່ເຂດໃດກອ່ນມີການສຳຫລວດພົນລະເມືອງຄັ້ງກອ່ນ. ຄຳຖາມທີ່ສອງແມ່ນຖາມວ່າມີສະມາຊິກ ຄົນໃດແດ່ທີ່ຍ້າຍເຂົ້າ ແລະ ອອກພາຍໃນຊວ່ງເວລາ 12 ເດືອນຜ່ານມາ. ແຜນທີ່ທຳອິດນີ້ແມ່ນສະແດງໃຫ້ເຫັນເຖີງຈຳນວນສ່ວນຮ້ອຍຂອງປະຊາກອນບ້ານທີ່ມີຖິ່ນຖານຕົ້ນກຳ ເນີດມາຈາກເຂດອື່ນທີ່ບໍ່ແມ່ນທີ່ຢູ່ໃນປັດຈຸບັນຂອງພວກເຂົາ. ສະນັ້ນຕົວຊີ້ບອກເຫຼົ່ານີ້ແມ່ນໄດ້ສະແດງ ໃຫ້ເຫັນເຖີງການຍົກຍ້າຍພາຍໃນຂອງຊວ່ງເວລາທີ່ດຳເນີນຊີວິດຢູ່. ພົນລະເມືອງສ່ວນໃຫຍ່ (82%) ແມ່ນຍັງດຳລົງຊີວິດຢູ່ໃນສະຖານທີ່ໆ ເຂົາເຈົ້າກຳເນີດ. ອັດຕາສວ່ນດັ່ງກ່າວນີ້ແມ່ນມີລະດັບທີ່ສູງກ່ວາ ໃນນະຄອນຫຼວງວຽງຈັນເຊິ່ງ 41% ຂອງປະຊາກອນທີ່ອາໃສຢູ່ ໃນປັດຈຸບັນນີ້ແມ່ນມີຕົ້ນກຳເນີດມາຈາກ ທອ້ງຖິ່ນອື່ນ. ນອກຈາກນັ້ນກໍ່ຍັງເປັນເຂດທີ່ມີອັດຕາສວ່ນ ສະເລ່ຍສູງຂອງການ ຍົກຍ້າຍໃນຊວ່ງເວລາທີ່ ດຳລົງຊີວິດເຊີ່ງກວມ 20% ຂອງຈຳນວນປະຊາກອນທີ່ພົບເຫັນ ໄດ້ຕາມແຂວງຕ່າງໆເຊັ່ນ: ວຽງຈັນ, ຫຼວງພະບາງ, ບໍ່ແກ້ວ, ບໍລິຄຳໄຊ, ຊຽງຂວາງ, ແລະ ເຊກອງ. ໂດຍທົ່ວໄປແລ້ວແຂວງທີ່ມີອັດຕາສວ່ນການຍົກຍ້າຍໜອ້ຍກວ່າ 10% ແມ່ນແຂວງຫຼວງພະບາງ ແລະ ແຂວງຫົວພັນ. ສ່ວນແຂວງຜົ້ງສາລີ ແລະ ແຂວງອຸດົມໄຊມີພື້ນທີ່ອັດຕາການຍົກຍ້າຍທີ່ຕ່ຳທີ່ສຸດຢູ່ໃນ ພາກເໜືອຂອງປະເທດ ສປປ ລາວ. ສະຫຼຸບລວມ ການຍົກຍ້າຍພາຍໃນຂອງຊວ່ງເວລາດຳລົງຊີວິດຢູ່ເຊິ່ງສາມາດພົບເຫັນໄດ້ແມ່ນມີຄວາມ ກ່ຽວພັນອັນໄກ້ຄຽງກັບເສັ້ນສູນກາງສຳຄັນຂອງໂຄງລ່າງ ແລະ ບາງເຂດສວ່ນໃຫຍ່ແມ່ນຢູ່ໃນເຂດພາກ ກາງ ແລະ ສວ່ນເຂດພາກເໜີອ ແລະ ເຂດພາກໄຕ້ຈິ່ງມີອັດຕາຂອງການຍົກຍ້າຍທີ່ສູງກວ່າ ເຂດອອ້ມຂ້າງອື່ນ.
|
||||