| |
A.2 | |||
| ການແບ່ງເຂດການປົກຄອງ | ||||
| ແຜນທີ່ສະບັບນີ້ອະທິບາຍເຂດການປົກຄອງຂອງ ສປປ ລາວ ໃນປີ 2007. ໃນລະດັບຊາດ, ແຜນທີ່ ສະແດງທີ່ຕັ້ງຈຸດໃຈກາງຂອງແຂວງ ແລະ ເມືອງ, ເຄືອຂ່າຍເສັ້ນທາງສຳຄັນ ແລະ ເຂດເຊື່ອມຕໍ່ແຂວງ ແລະ ເມືອງ. ຊື່ ແລະ ທີ່ຕັ້ງໃຈກາງແຂວງໄດ້ສະແດງບອກດ້ວຍຈຸດສີແດງໃຫຍ່ສ່ວນຈຸດສີແດງນ້ອຍແມ່ນ ສະແດງບອກເຂດໃຈກາງ ຂອງເມືອງ. ສຳລັບເມືອງແມ່ນໝາຍດ້ວຍລະຫັດຕາມລຳດັບ ຊຶ່ງໄດ້ບັນຈຸ ລວມໄວ້ຢູ່ກັບຊື່ຂອງເມືອງໃນ ເຄື່ອງໝາຍແຜນທີ່. ໃນປີ 2007 ສປປ ລາວ ປະກອບດ້ວຍ 16 ແຂວງ ແລະ ນະຄອນຫລວງໜຶ່ງແຫ່ງ. ແຕ່ລະ ແຂວງໄດ້ແບ່ງອອກເປັນເມືອງໂດຍມີເມືອງທັງໝົດ 139 ເມືອງ. ຄວນເຂົ້າໃຈວ່າໃນເວລານັ້ນ ຍັງມີ ເຂດໜຶ່ງເພີ້ມເຕີມ ທີ່ເອີ້ນກັນວ່າ “ເຂດພິເສດໄຊສົມບູນ” ໄດ້ສ້າງຕັ້ງຂື້ນໃນປີ 1994 ໂດຍປະກອບມີ 5 ເມືອງ ແລະ ຕັ້ງຢູ່ລະຫວ່າງແຂວງວຽງຈັນ ແລະ ແຂວງຊຽງຂວາງ. ເຖິງຢ່າງໃດກໍ່ຕາມ, ໃນທ້າຍປີ 2005, ເຂດພິເສດນີ້ໄດ້ຖືກລຶບລ້າງ ແລະ ເມືອງ 5 ເມືອງ. ກໍ່ໄດ້ຖືກນຳໄປຮວມເຂົ້າກັບແຂວງເດີມຂອງຕົນ. ເມືອງລ່ອງຊານ, ໄຊສົມບູນ, ພູນ ແລະ ເມືອງຮົ່ມໄດ້ກາຍເປັນພາກສ່ວນໜຶ່ງຂອງແຂວງວຽງຈັນ ແລະ ສ່ວນເມືອງທ່າໂທມກໍ່ກາຍເປັນສ່ວນ ໜຶ່ງຂອງແຂວງຊຽງຂວາງ. ກ່ອນສະຖານະພາບທາງທີ່ຕັ້ງທີ່ໄດ້ສະແດງຢູ່ໃນແຜນທີ່ນີ້, ນັບຕັ້ງແຕ່ປີ 1995 ຈຳນວນເມືອງໄດ້ມີການປ່ຽນແປງຢ່າງຫຼວງຫຼາຍ. ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສໃນປີ 1995 ໄດ້ແຈ້ງໃຫ້ຮູ້ວ່າມີເມືອງທັງໝົດ 133 ເມືອງ ແຕ່ຕົກມາຮອດປີ 2005 ຈຳນວນດັ່ງກ່າວນັ້ນໄດ້ມີການເພີ່ມຂື້ນເປັນ 141 ເມືອງຍ້ອນການເພີ່ມຂອງ 8 ເມືອງໃຫມ່. ໃນເຂດເໜືອສອງເມືອງໃໝ່ (ເມືອງແອດ ແລະ ສົບເບົາ) ກໍ່ໄດ້ຮັບ ການສ້າງຕັ້ງຂຶ້ນໃນແຂວງຫົວພັນ ແລະ ໜຶ່ງເມືອງ (ທົ່ງມີໄຊ) ກໍ່ໄດ້ຮັບການສ້າງຕັ້ງຂຶ້ນໃນແຂວງໄຊຍະບູລີ. ຢູ່ແຂວງວຽງຈັນໄດ້ມີເມືອງເພີ້ມຂື້ນອີກສາມເມືອງ (ເມືອງແມດ, ຫິນເຫີບ ແລະ ແກ້ວອຸດົມ). ສຸດທ້າຍຢູ່ແຂວງສະຫວັນນະເຂດມີສອງເມືອງ (ເມືອງໄຊພູທອງ ແລະ ພະລານໄຊ) ໄດ້ຮັບການສ້າງຕັ້ງຂື້ນ. ໃນປີ 2006, ຈຳນວນເມືອງໄດ້ຫລຸດລົງເປັນ 139 ເມືອງ; ເມືອງພູນແມ່ນລວມເຂົ້າກັບເມືອງໄຊສົມບູນ ແລະ ເມືອງລ່ອງຊານ ແມ່ນລວມເຂົ້າກັບເມືອງຮົ່ມ. ຄວນຈະມີການສັງເກດເຊັ່ນກັນວ່າໃນປີ 2008 ນັ້ນໄດ້ ເກີດມີໜຶ່ງເມືອງໃຫມ່. ກົມພູມສາດແຫ່ງຊາດ (NGD) ໄດ້ປະກາດ ແລະ ກຳນົດເຂດແດນໃໝ່ສຳລັບເມືອງທັງໝົດ ແຕ່ເຖິງແນວໃດກໍ່ຕາມປື້ມແຜນທີ່ນີ້ຍັງໄດ້ສະແດງໃຫ້ເຫັນເຖິງການແບ່ງເຂດການປົກຄອງໃນປີ 2007. ນະຄອນຫລວງວຽງຈັນໄດ້ສະແດງໄວ້ຢູ່ໃນດ້ານຂວາມືຂອງແຜນທີ່. ເຖິງວ່ານະຄອນຫຼວງວຽງຈັນຈະມີເຂດການປົກຄອງນ້ອຍ ກໍ່ຕາມແຕ່ມັນກໍ່ມີຄວາມສຳຄັນທີ່ສຸດເພາະວ່າມັນແມ່ນເມືອງເອກຂອງປະເທດ ສປປ ລາວ. ເກືອບວ່າທັງ ໝົດຫ້ອງການບໍລິຫານລະດັບຊາດຂອງລັດຖະບານ, ສະຖານເອກອັກຄະລັດ ຖະທູດຕ່າງ ປະເທດ, ທຸລະກິດໃຫຍ່ໆ ແລະ ບໍລິສັດຄົມມະນາຄົມສຳຄັນແມ່ນຕັ້ງຢູ່ໃນທີ່ນີ້. ນະຄອນຫລວງວຽງຈັນປະກອບດ້ວຍ 9 ເມືອງ. ພື້ນທີ່ເຂດນອກເມືອງທາງດ້ານເໜືອ, ດ້ານ ຕາເວັນອອກ ແລະ ຕາເວັນຕົກຂອງເມືອງສ່ວນໃຫຍ່ຍັງນຳໃຊ້ສຳລັບ ການປູກຝັງຢູ່. ພູມມີປະເທດແມ່ນ ປົກຄຸມໄປດ້ວຍການ ກະສິກຳເພື່ອການຄ້າ ແລະ ທົ່ງນາເຂົ້າ. ແຕ່ເຖິງຢ່າງ ໃດກໍ່ຕາມພື້ນທີ່ດິນກຳລັງ ຖືກນຳໃຊ້ຫຼາຍເພີ້ມໂດຍໂຮງງານອຸດສາຫະກຳນ້ອຍ ເຊັ່ນໂຮງງານຕັດຫຍິບ ແລະ ໂຮງງານເຮັດ ເຄື່ອງເຟີນີເຈີ.
|
||||